ໂດຍປະຕິບັດຕາມມະຕິຕົກລົງຂອງ ກອງປະຊຸມຂອງສະຫະປະຊາຊາດ ຄັ້ງທີ 68 (ເດືອນທັນວາ 2013) ທີ່ກຸງໂຣມ, ປະເທດອີຕາລີ, ທີ່ໄດ້ຕົກລົງເອົາວັນທີ 5 ທັນວາ ຂອງທຸກໆປີ ເປັນວັນດິນໂລກ (World Soil Day (WSD)). ໃນປີ 2019 ນີ້ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຈື່ງໄດ້ມີການຈັດງານສະເຫຼີມສະຫຼອງວັນດິນໂລກໃນວັນທີ 16 ທັນວາ 2019 ທີ່ ຫ້ອງປະຊຸມ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ. ສຳລັບການຈັດງານວັນດິນໂລກໃນ ປີ 2019 ນີ້ ແມ່ນຈັດຂື້ນພາຍໃຕ້ກອບຄໍາຂັວນ ຄື: “Stop Soil Erosion, Save Our Future” (ຢຸດຕິບັນຫາການເຊາະເຈື່ອນຂອງດິນ, ເພື່ອອະນາຄົດຂອງພວກເຮົາ). ງານໃນຄັ້ງນີ້ປະກອບມີ ການວາງສະແດງຜົນງານ ຂອງກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ແລະ ການຈັດສຳມະນາທາງດ້ານວິຊາການ ທີ່ກ່ຽວຂ້ອງກັບບັນຫາ ແລະ ແນວທາງສຳລັບການຕ້ານການເຊາະເຈື່ອນຂອງດິນ ຈຳນວນ 7 ຫົວຂໍ້ ເພື່ອເປັນການແລກປ່ຽນຄວາມຮູ້ກ່ຽວກັບການພັດທະນາທີ່ິດິນກະສິກຳ ຮ່ວມກັບແຂກຜູ້ເຂົ້າຮ່ວມ. ນອກນັ້ນ, ຍັງໄດ້ມີການລາຍງານຜົນງານຂອງກົມໃນໄລນະຜ່ານມາ ໂດຍວຽກພົ້ນເດັ່ນປະກອບມີ: ສຳເລັດການສໍາຫຼວດ ແລະ ວາງແຜນນໍາໃຊ້ທີ່ດິນກະສິກໍາ ແລະ ປ່າໄມ້ ແບບມີສ່ວນຮ່ວມຂັ້ນບ້ານ ຈຳນວນ 1176 ບ້ານ,ໃນນັ້ນ 3 ສ້າງ 42 ບ້ານ; ຂຶ້ນສໍາມະໂນດິນນາ ໃນເຂດນາຊົນລະປະທານ ໄດ້ 22 ເມືອງ 10 ແຂວງ ຈຸດສຸມຂອງລັດຖະບານ, ກວມເອົາ 463 ບ້ານ, 29.464 ຄອບຄົວ; ສ້າງຊາວນາຕົວແບບປັບປຸງດິນນາຍົກຜະລິດຕະພາບ ໄດ້ 230 ຄອບຄົວ ທີ່ນອນໃນ 23 ກຸ່ມ 23 ບ້ານ, 23 ເມືອງ, 10 ແຂວງ; ອົບຮົມເຜີຍແຜ່ເຕັກນິກ ປ້ອງກັນການເຊາະເຈື່ອນຂອງດິນ ໃນເຂດພື້ນທີ່ດິນຄ້ອຍຊັນ ໃຫ້ຊາວຫະສິກອນ 30ບ້ານ 5 ເມືອງ 3 ແຂວງ. ງານວັນດິນໂລກ 2019, ເປັນກຽດເປັນປະທານເປີດພິທີໃນຄັ້ງນີ້ໂດຍ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້. ໂດຍໃນງານ ມີຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນຄື: ຜູ້ຊ່ວຍຜູ້ຕ່າງໜ້າ ຈາກອົງການອາຫານ ແລະ ການກະເສດ ປະຈຳລາວ, ຫົວໜ້າກົມ, ຄະນະກົມ, ສະຖາບັນ ແລະ ກົມ ອ້ອມຂ້າງ ກະຊວງກະສິກຳ ແລະ ປ່າໄມ້, ຕົວແທນຈາກອົງການຈັດຕັ້ງສາກົນ, ຄູອາຈານ ນັກສືກສາຈາກມະຫາວິທະຍາໄລແຫ່ງຊາດ, ຄູແລະ ນັກຮຽນຈາກ ມັດທະຍົກສຶກສາ ສາທິດ, ພະນັກງານວິຊາການຂອງກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ເຊີ່ງມີຜູ້ເຂົ້າຮ່ວມທັງໝົດ ທັງໜົດ 142 ຄົນ, ຍີງ 53 ຄົນ.