ເພື່ອຕ້ອນຮັບວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນວັນທີ 1 ມິຖຸນາ 2020 ທີ່ຈະມາເຖິງນີ້ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໄດ້ສ້າງຂະບວນການປູກຕົ້ນໄມ້ຂຶ້ນທີ່ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ໃນຕອນເຊົ້າຂອງວັນທີ 29 ພຶດສະພາ 2020
ໂດຍການເປັນປະທານຂອງທ່ານ ປອ ນິວົງ ສີປະເສີດ ຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ພ້ອມດ້ວຍ ຄະນະກົມ ຫົວໜ້າສູນ, ພະນັກງານວິຊາການພາຍໃນກົມ ແລະ ເຍົາວະຊົນ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
