ໃນລະຫວ່າງວັນທີ 17 ຫາ 21 ມີຖຸນາ 2019 ທີ່ຜ່ານມານີ້ທາງທີມງານວິຊາການສູນສຳຫຼວດ ແລະ ວາງແຜນການນໍາໃຊ້ທີ່ດິນກະສິກຳ ກົມຄຸ້ມຄອງ ແລະ ພັດທະນາທີ່ດີນກະສິກຳ ຮ່ວມກັບໂຄງການ ຕາບີ TABI ໄດ້ເປີດກອງປະຊຸມສໍາມະນາໃນຫົວຂໍ້ “ວຽກວິຊາການ ດ້ານວາງແຜນ,ຈັດສັນ ແລະ ຄຸ້ມຄອງ ການນຳໃຊ້ທີ່ດິນກະສິກຳແລະ ປ່າໄມ້ ແບບມີສ່ວນຮ່ວມ ຂັ້ນບ້ານ (P-FALUPAM)” ຂຶ້ນທີ່ຫ້ອງປະຊຸມຂອງພະແນກ ກະສິກໍາ ແລະ ປ່າໄມ້ ແຂວງຊຽງຂວາງ ໂດຍການເປັນປະທານ ຂອງທ່ານ ຄໍາພອນ ຣາຊາຈັກ, ຫົວໜ້າກົມ ຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ແລະ ທ່ານ ສົມສະໜອນ ພະລີຈັນ,ຮອງຫົວໜ້າພະແນກ ກະສິກໍາ ແລະ ປ່າໄມ້ແຂວງ ຊຽງຂວາງ ພ້ອມດ້ວຍບັນດາຄູຝຶກຈາກສູນສໍາຫຼວດ ແລະ ວາງແຜນການນໍາໃຊ້ທີ່ດິນກະສິກໍາ,ບັນດາຄູຝຶກຈາກໂຄງການ ຕາບີ, ບັນດາຄູຝຶກຂັ້ນແຂວງ, ຜູ້ຊ່ວຍຄູຝຶກ ທັງໝົດ 11 ທ່ານ ແລະ ນັກສໍາມະນາກອນແມ່ນຕົວແທນວິຊາການຈາກພາກສ່ວນກະສິກໍາ ແລະ ປ່າໄມ້, ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ແລະ ຂັ້ນເມືອງ ເຂົ້່າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຫຼັກເພື່ອເຜີຍແຜ່ປື້ມຄູ່ມື P-FALUPAM, ທົບທວນ ແລະ ແລກປ່ຽນບົດຮຽນດ້ານການຈັດຕັ້ງປະຕິບັດວຽກ P-FALUPAM ເພີ່ມຄວາມອາດສາມາດດ້ານວິຊາການທີ່ກ່ຽວຂ້ອງໃຫ້ນັກວິຊາການຂັ້ນທ້ອງຖິ່ນພາຍໃນກອງປະຊຸມສຳມະນາຍັງເປັນເວທີແລກປ່ຽນບົດຮຽນສໍາຄັນຕົວຈິງຂອງ ນັກສໍາມະນາກອນ ແລະ ປະສົບການກ່ຽວກັບ ການຈັດຕັ້ງປະຕິບັດວຽກວາງແຜນ, ຈັດສັນ ແລະ ຄຸ້ມຄອງ ການນຳໃຊ້ທີ່ດິນກະສິກຳ ແລະ ປ່າໄມ້ ແບບມີສ່ວນຮ່ວມ ຊື່ງເຫັນໄດ້ວ່າບົດຮຽນທີ່ໄດ້ຖອດຖອນໃນລະຫວ່າງການສຳມະນາຄື:
- – ຂໍ້ມູນ GIS/ແຜນທີ ແລະ ຂໍ້ມູນເສດຖະກິດ -ສັງຄົມຕ້ອງລະອຽດ, ຈະແຈ້ງ ຖືກຕ້ອງ ຈາມຄວາມຈິງ ແລະ ຕອບສະໜອງຄວາມຕ້ອງການນໍາໃຊ້
- – ທີມງານຈັດຕັ້ງປະຕິບັດວຽກຕົວຈິງຕ້ອງມີຄວາມຮູ້ສະເພາະດ້ານຂັ້ນພື້ນຖານ
- – ພາກສ່ວນ ກ່ຽວຂ້ອງທຸກຂັ້ນຈ້ອງມີສ່ວນຮ່ວມ ແລະ ມີຄວາມເປັນເອກະພາບດ້ານວິທີການ
- – ຕ້ອງມີຄວາມໃກ້ຊິດຕິດແທດກັບທ້ອງຖິ່ນ ໂດຍສະເພາະຂັ້ນບ້ານ
- – ການເຂົ້າເຖິງຂໍ້ມູນ ແລະ ບ່ອນອີງດ້ານນິຕິກໍາ
- – ສົ່ງເສີມການຕິດຕາມ
ນອກນັ້ນ ກອງປະຊຸມຍັງໄດ້ມີການປະເມີນຄວາມຄວາມຄາດຫວັງຂອງນັກສໍາມະນາກອນທີ່ຕ້ອງການຮຽນຮູ້ເພີ່ມຈາກການເຂົ້າຮ່ວມປະຊຸມສໍາມະນາຊື່ງໄດ້ແບ່ງອອກເປັນ 3 ລະດັບ: 1) GIS/ແຜນທີ່, 2) ວິທີເກັບກຳຂໍ້ມູນ ແລະ ຄວາມເໝາະສົມຂອງດິນຕໍ່ການປູກພືດ ແລະ 3)ການຄຸ້ມຄອງຂໍ້ມູນ ແລະ ການມີສ່ວນຮ່ວມຜ່ານກອງປະຊຸມສຳມະນາໃນຄັ້ງນີ້ ຄາດວ່ານັກສໍາມະນາກອນຈາກຂັ້ນທ້ອງຖີ່ນໄດ້ຮັບຮູ້, ເຂົ້າໃຈ ແລະ ສາມາດນໍາເອົາບົດຮຽນທີ່ໄດ້ຮັບໃນຄັ້ງນີ້ໄປນໍາໃຊ້ເຂົ້າໃນການເຂົ້າຮ່ວມຈັດຕັ້ງປະຕິບັດວຽກ ວາງແຜນ, ຈັດສັນ ແລະ ຄຸ້ມຄອງການນຳໃຊ້ທີ່ດິນກະສິກຳ ແລະ ປ່າໄມ້ ແບບມີສ່ວນຮ່ວມຢູ່ທ້ອງຖິ່ນຂອງຕົ້ນໄດ້ໃນຕໍ່ໝ້າ.