ເນື່ອງຈາກເປັນການຄຳນັບຮັບຕ້ອນ ກອງປະຊຸມໃຫຍ່ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານຂອງກົມ ທາງກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໄດ້ມີການເຕົ້າໂຮມ ຊາວໜຸ່ມພາຍໃນກົມ ສ້າງຂະບວນການອອກແຮງງານລວມ ໃນວັນທີ 12 ກໍລະກົດ 2019 ຜ່ານມານີ້ ເວລາ9.00 ອ້າຍນ້ອງຊາວໜຸ່ມພ້ອມພາກັນອອກແຮງງານລວມອະນາໄມຕາມລຽບຮ່ອງນໍ້າທາງເຂົ້າກົມ ແລະ ອານາໄມອ້ອມຫ້ອງການ, ຕັດຫຍ້າເດີນບານ ໃຫ້ມີຄວາມຈົບງາມພາບໃນ, ການອອກແຮງງານໃນຄັ້ງນີ້ນອກຈາກການ ເປັນການຕ້ອນຮັບກອງປະຊຸມໃຫຍ່ໃຫຍ່ໜ່ວຍພັກ ທີ່ຈະເປີດຂຶ້ນໃນຕໍ່ໜ້າແລ້ວ ຍັງເປັນ ການສ້າງຂະບວນການອະນາໄມ, ສ້າງຄວາມສະອາດຈົບງາມແກ່ກົມ ຄພດກ ແລະ ເປັນການສ້າງ ຄວາມສາມັກຄີໃຫ້ແກ່ສະມາຊິກຊາວໜຸ່ມ –ໄວໜຸ່ມໄດ້ສ້າງຄວາມສາມັກຄີຊ່ວຍ ເຫລືອເຊິ່ງກັນ ແລະ ກັນ ທັງເປັນການປູກຈິດສຳນຶກໃຫ້ແກ່ສະມາຊິກຊາວໜຸ່ມຮູ້ຈັກຮັກສາສິ່ງແວດລ້ອມອີກດ້ວຍ
