ການອະນຸລັກຊັບພະຍາກອນສັດນໍ້າສັດປ່າຖືເປັນການປູກຈິດສຳນຶກໃຫ້ແກ່ສັງຄົມໃຫ້ຮູ້ມີສະຕິຮັກຫວງແຫນທຳມະຊາດ ພ້ອມທັງເປັນການປຸກລະດົມໃຫ້ພະນັກງານພາຍໃນກົມກອງຕ່າງໆ ໄດ້ມີສ່ວນຮ່ວມສ້າງຂະບວນການການຄຸ້ມຄອງ ປົກປັກຮັກສາ ທາງລັດຖະບານລາວຈື່ງກຳໜົດ ວັນທີ 13 ກໍລະກົດ ຂອງທຸກໆປີ ເປັນວັນປ່ອຍປາ ແລະ ອານຸລັກສັດນໍ້າສັດປ່າແຫ່ງຊາດ ພ້ອມທັງເປັນວັນຄ້າຍວັນເກີດຂອງທ່ານ ປະທານ ສຸພາວົງ .ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຈຶ່ງໄດ້ມີການຈັດພິທີປ່ອຍປາຄົບຮອບ 22 ປີ ຂື້້ນທີ່ ອ່າງນໍ້າ ສູນພັດທະນາທີ່ດິນ ແລະ ຄຸ້ມຄອງການນຳໃຊ້ຝຸ່ນ ໃນຕອນເຊົ້້າ ຂອງ ວັນທີ 12 ກໍລະກົດ 2019 ໂດຍການນໍາພາຂອງ ທ່ານ ຄຳພອນ ຣາຊາຈັກ, ຫົວໜ້າກົມຄຸ້ມຄອງ ແລະພັດທະນາທີ່ດິນກະສິກຳ ພ້ອມດ້ວຍຄະນະກົມ, ຫົວໜ້າສູນ,ຄະນະສູນ, ຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານພາຍໃນກົມທີ່ເຂົ້າຮ່ວມ ໃນພິທີດັ່ງກ່າວແມ່ນ ໄດ້ກ່າວເຖີງປະຫວັດຄວາມຂອງວັນປ່ອຍປາ ແລະ ອານຸລັກສັດນໍ້າສັດປ່າແຫ່ງຊາດ ຫລັງຈາກນັ້ນກໍ່ໄດ້ມີການປ່ອຍປາລົງສູ່ອ່າງນໍ້າຈຳນວນ 10,000 ໂຕ ແລະ ໃນຕອນທ້າຍຂອງພິທີດັ່ງກ່າວທາງສູນພັດທະນາທີ່ດິນ ແລະ ຄຸ້ມຄອງການນຳໃຊ້ຝຸ່ນ ຍັງໄດ້ເຊີນໃຫ້ຜູ້ເຂົ້າຮ່ວມ ຢ້ຽມຊົມ ສວນສາທິດການປູກພືດ ພາຍໃນສູນອີກດ້ວຍ