ການຍົກລະດັບຄວາມຮູ້ຄວາມສາມາດໃຫ້ພະນັກງານ ກໍເປັນວຽກງານໜື່ງທີ່ກົຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳໄດ້ໃຫ້ຄວາມສຳຄັນໂດຍສະເພາະແມ່ນການນຳໃຊ້ໂປແກຣມ GIS ,QGIS ແລະ ພື້ນຖານການນຳໃຊ້Drone ທີ່ເປັນເຄື່ອງມືທັນສະໄຫມ ໃນການຖ່າຍພາບພື້ນທີ່ມຸມສູງ ເພື່ອນຳມາແປເປັນພາບຖ່າຍໃນໂປແກຣມ ຊື່ງສາມາດເຂົ້າຊ່ວຍໃນວຽກງານສຳຫຼວດ ແລະ ວາງແຜນນຳໃຊ້ທີ່ດິນກະສິກຳ ໄດ້ດີ ແລະ ວ່ອງໄວກວ່າເກົ່າດັ່ງນັ້ນ, ໃນລະຫວ່າງ ວັນທີ 15 ຫາ 19 ກໍລະກົດ 2019 ທີ່ຫ້ອງປະຊຸມສູນສຳຫຼວດ ແລະ ວາງແຜນທີດິນກະສິກຳ, ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຈື່ງໄດ້ຈັດການຝຶກອົບຮົມກ່ຽວກັບການນຳໃຊ້ໂປແກຣມ GIS , QGIS ແລະ Drone ໂດຍການໃຫ້ກຽດເປັນປະທ່ານ ກ່າວເປີດຂອງ ທ່ານບັນດິດ ຣາມາງກຸນ ຮອງຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຊື່ງມີຜູ້ເຂົ້າຮ່ວມຈາກພະແນກ, ໜ່ວຍງານອ້ອມຂ້າງພາຍໃນກົມ ແລະ ບັນດາທີມງານຄູຝຶກ ທີ່ມາຈາກ ກະຊວງແຜນການ ແລະ ການຮ່ວມມື, ມາຈາກໂຄງການຮ່ວມມືລາວ-ເຢຍລະມັນ ທີ່ເຂົ້າຮ່ວມ ຈຳນວນ20 ທ່ານໃນການຝຶກອົບຮົມແມ່ນໄດ້ແນ່ໃສ່ ເສີມສ້າງຄວາມອາດສາມາດໃຫ້ແກ່ພະນັກງານວິຊາການ ຮັບຮູ້ ແລະ ເຂົ້າໃຈໃນການນຳໃຊ້ເຄື່ອງມືທີ່ທັນສະໄຫມ ເພື່ອເປັນອີກຊ່ອງທາງໃນການຮັບໃຊ້ວຽກງານດັ່ງກ່າວໃຫ້ມີຄວາມສະດວກ ແລະ ມີປະສິດທິພາບຫລາຍຂຶ້ນ. ການຝືກອົບຮົມແມ່ນໄດ້ດຳເນີນເປັນໄລຍະເວລາ 5 ວັນເຕັມ ແມ່ນມີຄວາມສໍາຄັນເປັນພິເສດເນື່ອງຈາກວ່າເປັນການເປີດໂອກາດ ໃຫ້ນັກຝຶກອົບຮົມ ໄດ້ຮຽນຮູ້ການນຳໃຊ້ Drone ເຄື່ອງບິນບໍ່ມີຄົນຂັບ ເຂົ້າຊ່ວຍໃນການຖ່າຍພາບມຸມສູງ ແລະ ນໍາເອົາພາບຖ່າຍມາແປໃນໂປແກຣມ QGIS ນອກນັ້ນຍັງໄດ້ຮຽນຮູ້ກ່ຽວກັບການນໍາໃຊ້ພື້ນຖານຂອງໂປແກຣມ QGIS ນໍາອີກພາຍຫຼັງການຝຶກອົບຮົມທ່ານ ບັນດິດ ຣາມາງກຸນ, ຮອງຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໄດ້ໃຫ້ກຽດ ມອບໃບຢັ້ງຢືນໃຫ້ແກ່ນັກຝຶກອົບຮົມ ເພື່ອເປັນການຢັ້ງຢືນໃນການຝຶກອົບຮົມດັ່ງກ່າວແມ່ນມີຄວາມໝາຍ, ຄວາມສໍາຄັນ ຂື້ນຕື່ມ ແລະ ການຝຶກອົບຮົມໄດ້ປິດລົງດ້ວຍຜົນສຳເລັດເປັນຢ່າງດີ.