ຈາກເຫດການ ສັນເຂືອ່ນ ເຊປຽນ-ເຊນໍ້ານ້ອຍ ແຕກໃນຊ້ວງເດືອນສິງຫາ ປີ 2018 ຜ່ານມານັ້ນ ໄດ້ກໍໃຫ້ ເກີດ ຄວາມເສຍ ທາງດ້ານຊີວິດ-ຊັບສີນ ແລະ ພື້ນຖານການຜະລິດ ຂອງປະຊາຊົນ ໃນຂອບເຂດ 19ບ້ານ ຊື່ງໃນນີ້ ມີ6 ບ້ານ ໄດ້ຮັບຜົນກະທົບ ແລະ ເສຍຫາຍໜັກໂດຍສະເພາະແມ່ນເນື້ອທີ່ດິນດິນນາ ຖືກຖັບຖົມເສຍຫາຍທັງໝົດ.ເພື່ອແກ້ໄຂບັນຫາໃນໄລຍະຍາວ ລັດຖະບານໄດ້ຈັດສັນພື້ນທີ່ພັກອາໃສ ແລະ ເຂດທຳການຜະລິດໃຫ້ໃໝ່ທັງໝົດ, ສຳລັບເຂດທຳການຜະລິດທີ່ໄດ້ຮັບການຈັດໃຫ້ໃໝ່ນັ້ນ ມີທັງໝົດ 4 ເຂດໃຫ່ຍໆຄື: ຕະມໍຢອດ, ປີ່ນດົງ, ດົງບາກ, ທ່າແສງຈັນ ມີເນື້ອທີ່ລວມທັງໝົດ 2.140. ຮຕໂດຍການຊີ້ນໍາ ຂອງກະຊວງ, ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳໄດ້ລົງສົມທົບກັບອຳນາດການປົກຄອງທ້ອງຖີ່ນ ແລະ ຂະແໜງການຕາມສາຍຕັ້ງ ໄດ້ລົງສຳຫຼວດ ເກັບກຳຂໍ້ມູນກ່ຽວກັບຜົນກະທົບ ແລະ ຄວາມເສຍທີ່ດິນທຳການຜະລິດ ພ້ອມທັງໄດ້ຂຽນເປັນແຜນພັດທະນາຟື້ນຟູ ແລະ ຈັດສັນເຂດການຜະລິດ ຄືນໃໝ່(ໄລຍະເລ່ງດ່ວນ, ໄລຍະກາງ ແລະ ຍາງ) ໂດຍສະເພາະ ແມ່ນຢູ່ 4 ເຂດພື້ນທີ່ດິນກະສິກຳຈັດສັນໃໝ່ໃນເນືອທີ່ 2.140 ເຮັກຕາ ຊື່ວຽກການສໍາຫຼວດ ແລະ ວິເຄາະຄຸນນະພ່າບດິນ ໄດ້ເຮັດສໍາເລັດແລ້ວແຕ່ທ້າຍເດືອນມັງກອນ 2019 ແລະ ການມອບ-ຮັບຂໍ້ມູນ (ຜົນການສຳຫຼວດ ແລະ ວິເຄາະຂໍ້ມູນຄຸນນະພາບດິນ) ຢ່າງເປັນທາງການ ລະຫວ່າງ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ແລະ ພະແນກກະສິກຳ ແລະ ປ່າໄມ້ ແຂວງອັດຕະປື. ພິທີໄດ້ຈັດຂື້ນ ຢູ່ທີ່ຫ້ອງປະຊຸມ ຂອງພະແນກກະສິກຳ ແລະ ປ່າໄມ້ ແຂວງອັດຕະປື ໃນວັນທີ 19/6/2019 ຊື່ງໃຫ້ກຽດຂື້ນມອບ ແມ່ນ ທ່ານ ຄຳພອນ ລາຊາຈັກ ຫົວໜ້າກົມເປັນຜູ້ມອບແລະ ທ່ານ ນ.ວົງເດືອນ ຟອງສະມຸດ ຮອງ ພະແນກ ກະສິກຳ ແລະ ປ່າໄມ້ເປັນຜູ້ຮັບ ຊື່ງພິທີດັ່ງກ່າວ ແມ່ນໄດ້ຮັບກຽດເຂົ້າຮ່ວມເປັນສັກຂີພິຍານ ຈາກບັນດາ ຫົວໜ້າ ແລະ ຄະນະຂະແໜງ ອ້ອມຂ້າງພະແນກກປ, ຕາງໜ້າຈາກພະແນກການ ກ່ຽວຂ້ອງຂອງແຂວງອັດຕະປື ແລະຕະຫຼອດຮອດ ອຳນາດການປົກຄອງເມືອງ ແລະ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງສະໜາມໄຊ ເຂົ້າຮ່ວມຢ່າງພ້ອມພຽງ.ໃນໂອກາດດັ່ງກ່າວ, ກອງປະຊຸມໄດ້ຮັບຟັງການລາຍງານ ຄວາມຄືບໜ້າ ແລະ ຜົນສຳເລັດຂອງການກະກຽມຄວາມພ້ອມໃຫ້ແກ່ ການທຳການຜະລິດໃນລະດູຝົນປີນີ້ ຈາກຂະແໜງ ຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໄດ້ຊື່ງປະກອບມີ2ໜ້າວຽກຄື:
- ວຽກຈັດສັນ ແລະ ແບ່ງລອກຕອນດິນໃຫ້ແຕ່ຄອບຄົວຜູ້ໄດ້ຮັບຜົນກະທົບນັ້ນ ແມ່ນໄດ້ສຳເລັດແລ້ວບາງເຂດຄື: ເຂດດົງບາກ ສຳເລັດ 100% ມີ 420ຄຄ, ສ່ວນເຂດຕະມໍຢອດ ສຳເລັດພຽງແຕ່ 18% ຫຼື 31ຕອນ ຂອງຈຳນວນທັໝົດ(174ຕອນ), ສ່ວນເຂດອື່ນທີ່ຍັງເຫຼືອກຳລັງຢູ່ໃນຂັ້ນຕອນການຈັດຕັ້ງປະຕິບັດ ວຽກພາກສະໜາມຢູ່.
- ວຽກກຽມພື້ນທີ່ການຜະລິດ: ແມ່ນໄດ້ສຳເລັດການຕັດປໍ້າ ແລະ ເຄື່ອນຫຍ້າຍໄມ້, ຮາກໄມ້ ແລະ ກີ່ງງາ ອອກຈາກພື້ນທີ່ສຳເລັດແລ້ວ90% (1.900 ຮຕ)ຂອງເນື້ອທີ່ລວມທັງໝົດ 2.140 ເຮັກຕາ.
ໃນຕອນທ້າຍຂອງກອງປະຊຸມ, ທ່ານຫົວໜ້າ ກົມ ຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳໄດ້ເໜັ້ນ ໃຫ້ພາກສ່ວນກ່ຽວຂ້ອງ ໂດຍສະເພາະແມ່ນ ພະແນກະສິກຳ ແລະ ປ່າໄມ້ ໃຫ້ສືບຕໍ່ຊີ້ນໍາ ການຈັດຕັ້ງປະຕິບັດວຽກຈັດສັນ ແລະ ແບ່ງລອກດິນກະສິກຳ ຂອງຂະແໜງການກ່ຽວຂ້ອງ ໃຫ້ໃຫ້ສຳເລັດໂດຍໄວ ໂດຍເໜັ້ນຜົນປະໂຫຍດຂອງປະຊາຊົນເປັນຫຼັກ. ກອງປະຊຸມ ໄດ້ປິດລົງ ໃນເວລາ 12 ໂມງຕອນເຊົ້າ ຂອງວັນທີດຽວກັນ ດ້ວຍຄວາມຈົບງາມ.