ໃນລະຫວ່າງວັນທີ 09 ກຸມພາ ຫາ 13 ມີນາ 2019 ຜ່ານມານີ້,ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ກະຊວງກະສິກໍາແລະ ປ່າໄມ້ ແລະ ກົມທີ່ດິນ ກະຊວງຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ໄດ້ສົມທົບກັນຈັດຝຶກອົບຮົມກ່ຽວກັບຂັ້ນຕອນ ແລະ ວິທີການອອກສຳມະໂນທີ່ດິນກະສິກຳ,ການອອກໃບຢັ້ງຢືນການນຳໃຊ້ທີ່ດິນກະສິກຳ, ການນຳໃຊ້ບັນດາເຄື່ອງມື (ກ້ອງ GNSS RTK X91+)ເຂົ້າຊ່ວຍໃນການສໍາຫຼວດ ແລະ ວັດແທກຕອນດິນກະສິກໍາ ເພື່ອອອກໃບຢັ້ງຢືນການນໍາໃຊ້ທີ່ດິນກະສິກໍາ ຢູ່ 4 ແຂວງພາກເໜືອ (ແຂວງອຸດົມໄຊ, ແຂວງຜົ້ງສາລີ, ແຂວງບໍ່ແກ້ວ ແລະ ແຂວງຫຼວງນໍ້າທາ). ບັນດາແຂວງເຫຼົ່ານີ້ ເປັນແຂວງເປົ້າໝາຍຂອງໂຄງການພັດທະນາໂຄງລ່າງຊົນນະບົດພາກເໜືອ-ທຶນເພິ່ມ ແລະ ໄດ້ລີເລີ່ມການນຳໃຊ້ກ້ອງGNSS RTK X91+ ໃຫ້ແກ່ທາງທີມງານຂັ້ນທ້ອງຖີ່ນ ຈາກຫຼາຍພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະແມ່ນ ພະແນກສິກໍາ ແລະ ປ່າໄມ້, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຊື່ງໄດ້ລົງປະຕິບັດຕົວຈີງຢູ່ທີ່ຫ້ອງການກະສິກຳເມືອງ.ຈຸດປະສົງຫຼັກແມ່ນ
ເພື່ອໃຫ້ພະນັກງານແຂວງ ແລະ ເມືອງ ສາມາດເຂົ້າໃຈກ່ຽວກັບຂັ້ນຕອນ ແລະ ວິທີການຂຶ້ນສໍາມະໂນທີ່ດິນກະສິກໍາ; ຂັ້ນຕອນ ແລະວິທີການອອກໃບຢັ້ງຢືນການນໍາໃຊ້ທີ່ດິນກະສິກໍາ.ເພື່ອຖ່າຍທອດໃຫ້ພະນັກງານແຂວງ ແລະ ເມືອງ ໄດ້ຮຽນຮູ້ພື້ນຖານການນໍາໃຊ້ກ້ອງ GNSS RTK X91+ໃນການຝຶກອົບຮົມຄັ້ງນີ້ແມ່ນມີຄວາມສຳຄັນເປັນພິເສດ ເນື່ອງຈາກວ່າເປັນການເປີດໂອກາດການຮຽນຮູ້ໃນການນຳໃຊ້ອຸປະກອນທີ່ທັນສະໄໝ (ກ້ອງ GNSS RTK X91+); ການນໍາໃຊ້ໂປຣແກມລາວແລນເລກ (Lao Land Reg) ແລະ ຖ່າຍຖອດໃຫ້ເຂົ້າໃຈເຖີງການຄຸ້ມຄອງທີ່ດິນກະສິກຳໂດຍຂັ້ນຕອນ ແລະ ວິທີການອອກໃບຢັ້ງຢືນການນຳໃຊ້ທີ່ດິນກະສິກຳພະນັກງານແຂວງ ແລະ ພະນັກງານເມືອງ ໃນ 11 ເມືອງ 4 ແຂວງ ຈໍານວນ 123 ຄົນ ແລະ ເນື້ອທີ່ດິນນາໃນເຂດຊົນລະປະທານ ບ້ານເປົ້າໝາຍຂອງໂຄງການພັດທະນາໂຄງລ່າງຊົນນະບົດພາກເໜືອ-ທຶນເພິ່ມ ຂອງ 11 ເມືອງ 4 ແຂວງ ຈໍານວນ 11.000 ຕອນດິນ ໄດ້ຮັບການເກັບກໍາຂໍ້ມູນເພື່ອຈະຂຶ້ນສໍາມະໂນທີ່ດິນກະສິກໍາ, ອອກໃບຢັ້ງຢືນການນໍາໃຊ້ທີ່ດິນກະສິກໍາ. ຊື່ງມີຂໍ້ມູນທີ່ດິນກະສິກໍາ ຂອງແຕ່ລະຄອບຄົວໃນບ້ານເປົ້າໝາຍຂອງໂຄງການ ໄວ້ໃນລະບົບຖານຂໍ້ມູນ ຢູ່ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ມີຄະນະກໍາມະການຄຸ້ມຄອງທີ່ດິນກະສິກໍາຂັ້ນບ້ານ ແລະ ມີກົດລະບຽບການຄຸ້ມຄອງທີ່ດິນກະສິກໍາຂັ້ນບ້ານຫຼັງຈາກການຝຶກອົບຮົມສຳເລັດ ພາຍໃນ 4 ແຂວງ ພາກເໜືອ ວຽກງານດັ່ງກ່າວໄດ້ຮັບການປະເມີນຜົນຄືນ ຫຼັງຈາກ ເພື່ອຖອດຖອນບົດຮຽນ ແລະ ປັບປຸງແກ້ໄຂໃຫ້ດີຂຶ້ນໃນປີຕໍ່ໄປ