ເນື່ອງໃນໂອກາດ ສະເຫລີມສະຫຼອງວັນດິນສາກົນ ປະຈຳປີ 2018, ກົມ ຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຂອງ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມສຳມະນາຂຶ້ນ ພາຍໃນຫົວຂໍ້ທີວ່າ: ດິນຕໍ່ຄວາມໝັ້ນຄົງທາງດ້ານສະບຽງອາຫານ ເພື່ອເຜີຍແຜ່ ແລະ ແລກປ່ຽນຂໍ້ມູນຂ່າວສານວິຊາການດ້ານດິນກະສິກຳ ກັບບັນດາແຂກຜູ້ເຂົ້າຮ່ວມກອງປະຊຸມໂດຍສະເພາະ ແມ່ນກັບສະຖາບັນການສຶກສາ ດຳເນີນເປັນໄລຍະເວລາ 1 ວັນເຕັມ, ໃນວັນທີ 05 ມັງກອນ 2018 ຊື່ງໃຫ້ກຽດເປັນປະທານໂດຍ ທ່ານ ອາໂນລາດ ຈັນທະວົງສາ, ຮອງຫົວໜ້າກົມ ຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໃນການເປີດພິທີ ພ້ອມດ້ວຍຜູ້ເຂົ້າຮ່ວມທີ່ຈາກບັນດາກົມ/ສະຖາບັນອ້ອມຂ້າງ ກະຊວງ ກປ (ກົມປ່າໄມ້, ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ, ກົມຊົນລະປະທານ, ກົມລ້ຽງສັດ ແລະ ການປະມົງ, ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້, ສູນພັດທະນາ ແລະ ບໍລິການດ້ານການກະເສດຫ້ວຍຊອນ-ຫ້ວຍຊວ້າ ແລະ ຂະແໜງຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ນະຄອນຫຼວງ), ນັກສຶກສາຈາກມະຫາວິທະຍາໄລແຫ່ງຊາດລາວ ( ຄະນະວິທະຍາສາດ ແລະ ສິ່ງແວດລ້ອມ ແລະ ວິທະຍາໄລເຕັກນິກກະສິກຳດົງຄຳຊ້າງ) ແລະ ບັນດາຄະນະສູນ/ພະແນກ ແລະ ວິຊາການຂອງກົມ, ລວມທັງໝົດຈຳນວນ 87 ຄົນ ໃນນີ້ ຍີງ 20 ຄົນ
ກອງປະຊຸມໄດ້ໄຂຂຶ້ນຢ່າງເປັນທາງການ ໃນເວລາ 9:00 ຊື່ງເລີ້ມຕົ້ນໂດຍການຮັບຟັງບົດກອນ, ແຕ່ງໂດຍ ປອ ນິວົງ ສີປະເສີດ ຮອງຫົວໜ້າກົມ ຄດພກ. ຈາກນັ້ນ ປະທານກອງປະຊຸມໄດ້ຍົກໃຫ້ເຫັນຄວາມເປັນມາຂອງ ວັນດິນໂລກໂດຍສັງເຂບ, ຂະບວນວິວັດແຫ່ງການກຳເນີດຂອງດິນ ແລະ ທໍລະນີສາດ, ປະຫວັດຄວາມເປັນມາ ແລະ ພະລະບົດບາດ ຄວາມຮັບຜິດກົມ ຂອງກົມ ຄພດກ. ພ້ອມນີ້ຍັງຍົກໃຫ້ເຫັນສະພາບໂດຍລວມ ກ່ຽວກັບທີ່ດິນກະສິກຳ ຂອງລາວເຮົາ ແລະ ການປະກອບສ່ວນຂອງມັນ ເຂົ້າໃນວຽກ ການພັດທະນາທາງເສດຖະກິດ-ສັງຄົມ ຂອງຊາດ ແລະ ພັດທະນາຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ກໍຄືຊາວກະສິກອນໃນຂອບເຂດທົ່ວປະເທດ.
ບັນດາຜູ້ເຂົ້າຮ່ວມກອງປະຊຸມທັງໝົດ ໂດຍສະເພາະແມ່ນນັກສຶກສາ ໄດ້ເຂົ້າໃຈ ແລະ ກຳໄດ້ຕໍ່ກັບຄວາມເປັນມາ ກ່ຽວກັບວັນດິນໂລກສາກົນ, ປະຫວັດຄວາມເປັນມາ ແລະ ພາລະບົດບາດ ໜ້າທີ່ຂອງກົມ ຄພດກ ຕໍ່ກັບວຽກ ການພັດທະນາທາງເສດຖະກິດ-ສັງຄົມຂອງປະເພດ (ໂດຍໂຂງເຂດກະສິກຳ).
