ໃນຕອນບ່າຍວັນທີ 25 ພຶດສະພາ 2018 ນີ້ ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບນະຄອນຫຼວງວຽງຈັນໄດ້ຈັດງານວາງສະແດງຕົ້ນໄມ້ ແລະ ເບ້ຍໄມ້ຂື້ນຢູ່ເດີ່ນພະທາດຫຼວງ, ນະຄອນຫຼວງວຽງຈັນ.ໂດຍໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ປອ. ສິນລະວົງຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກໍາແລະ ປ່າໄມ້. ພ້ອມນີ້ຍັງມີ ຮອງລັດຖະມົນຕີ, ແຂກຖືກເຊີນ ຈາກບັນດາກະຊວງ, ອົງການທຽບເທົ່າ, ຫົວໜ້າກົມ-ຮອງກົມ ອ້ອມຂ້າງກະຊວງ,ບັນດາກົມພາຍໃນກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງເປັນຂະບວນຟົ້ດຟື້ນ.ຊື່ງໃນນັ້ນກົມຄຸ້ມຄອງ ແລະ ພັດທະນາທີດິນກະສິກຳກໍ່ໄດ້ເຂົ້າຮ່ວມ ພາຍໃຕ້ການນຳພາຂອງທ່ານ ອະໂນລາດ ຈັນທະວົງສາ ພ້ອມດ້ວຍຫົວໜ້າພະແນກ-ຮອງພະແນກ, ຫົວໜ້າສູນ-ຮອງສູນ ແລະ ບັນດາພະນັກງານວິຊາການຈຳນວນໜື່ງກໍ່ໄດ້ເຂົ້າຮ່ວມພາຍໃນງານ
ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຂຶ້ນລາຍງານວ່າ: ຈຸດປະສົງ ແມ່ນເພື່ອເປັນການສ້າງຂະບວນການປູກຈິດສຳນຶກ ໃຫ້ແກ່ສັງຄົມ ໂດຍສະເພາະແມ່ນ ເຍົາວະຊົນ ແລະ ອະນຸຊົນລຸ້ນຫຼັງ ໃຫ້ຮູ້ຈັກຄຸນປະໂຫຍດຂອງປ່າໄມ້ ເປັນຕົ້ນແມ່ນວຽກງານການປູກໄມ້, ໃຫ້ຮູ້ຈັກ ອະນຸລັກ ພ້ອມທັງ ປົກປັກຮັກສາປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ຊື່ງເປັນຊັບສົມບັດຂອງຊາດ ແລະເພື່ອເປັນການສ້າງຂະບວນການ ຂໍ່ານັບຮັບຕ້ອນວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 38 ປີ ໂດຍຕິດພັນກັບການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ວັນທີ 1 ມີຖຸນາ. ນອກນັ້ນ, ຍັງເປັນການຊຸກຍູ້ດ້ານທຸລະກິດກ້າເບ້ຍໄມ້ ໃຫ້ມີການຂະຫຍາຍຕົວຢ່າງກວ້າງຂວາງ. ສໍາລັບງານວາງສະແດງເບ້ຍໄມ້ຄັ້ງນີ້ ມີຜູ້ເຂົ້າຮ່ວມທັງພາກລັດ, ບັນດາບໍລິສັດ ຫ້າງຮ້ານ, ຜູ້ປະກອບການ ທັງໝົດ 78 ພາກສ່ວນ, ເບ້ຍໄມ້ທີ່ນໍາມາວາງສະແດງ 30 ຊະນິດ ຊື່ງເປັນປະເພດໄມ້ພື້ນເມືອງເຊັ່ນ: ໄມ້ຂະຍຸງ, ໄມ້ຄໍາພີ້, ໄມ້ດູ່ລາຍ, ໄມ້ດູ່, ໄມ້ແຕ້ຂ່າ,ໄມ້ຍາງ ໄມ້ແຄນເຮືອ, ໄມ້ແຄນຂະຍອມ, ສີໄຄຕົ້ນ, ຈໍາປີປ່າ, ສະຝາງ, ໄມ້ຕິ້ວເປັນຕົ້ນ. ນອກນັ້ນ, ຍັງມີ ປະເພດໄມ້ໃຫ້ໝາກ,ໄມ້ປະດັບ, ຜະລິດຕະພັນໄມ້ ລວມທັງຜະລິດຕະພັນກະສິກໍາ ນໍາອີກ.
ເພື່ອເຮັດໃຫ້ງານດັ່ງກ່າວມີຄວາມໝາຍສໍາຄັນ ຄະນະປະທານ ພ້ອມດ້ວຍບັນດາແຂກທີ່ເຂົ້າຮ່ວມ ໄດ້ໃຫ້ກຽດຂຶ້ນຕັດແຖບຜ້າ ເປີດງານ ພ້ອມທັງ ທ່ຽວຊົມການວາງສະແດງເບ້ຍໄມ້ ແລະ ສິນຄ້າຕ່າງໆ ພາຍໃນງານນໍາອີກ