ເພື່ອເຮັດໃຫ້ວຽກງານການຄຸ້ມຄອງທີ່ດິນກະສິກໍາໄດ້ຖືກຈັດຕັ້ງປະຕິບັດຕາມທິດທີ່ວາງອອກພ້ອມທັງຕິດພັນກັບການພັດທະນາ ວຽກງານການຄຸ້ມຄອງທີ່ດິນກະສິກຳ ສົ່ງເສີມໜ້າວຽກດັ່ງກ່າວ ໃຫ້ມີຄວາມເປັນເອກະພາບໄປໃນລວງດຽວກັນແລະ ມີຄວາມເຊື່ອມໂຍງກັນ ຂອງບັນດາຂະແໜງການທີ່ກ່ຽວຂ້ອງ ໃຫ້ປະກົດຜົນເປັນຈິງ. ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ກະຊວງກະສິກຳ ແລະ ປ່າໄມ້ ແລະ ກົມທີ່ດິນ ກະຊວງຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ຈື່ງໄດ້ຮ່ວມກັນກຳນົດແຜນຕິດຕາມ, ຖ່າຍຖອດຄວາມຮູ້ ແລະ ແລກປ່ຽນບົດຮຽນທາງດ້ານວິຊາການຂອງສອງຂະແໜງການ.ອີງຕາມແຜນການເຄື່ອນໄຫວວຽກງານ ໂຄງການຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ ໃນ 10 ແຂວງຈຸດສຸມຂອງລັດຖະບານປະຈຳປີ 2019 ຈື່ງໄດ້ເປີດກອງປະຊຸມກ່ຽວກັບວຽກງານການຂຶ້ນສໍາມະໂນທີ່ດິນກະສິກໍາ ໃນວັນທີ່ 22 ພຶດສະພາ 2019 ທີ່ຜ່ານມາ, ທີ່ຫ້ອງປະຊຸມຫ້ອງການປົກຄອງເມືອງມະຫາໄຊ ແຂວງຄໍາມ່ວນ ລະຫວ່າງສອງຂະແໜງ (ຂະແໜງທີ່ດິນຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາກະຊວງກະສິກໍາ ແລະ ປ່າໄມ້ ແລະ ຂະແໜງທີ່ດິນ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ) ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ບົວພັນ ແສງຈັນ ເຈົ້າເມືອງໆມະຫາໄຊ ມີຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນທີ່ກ່ຽວຂ້ອງ ທັງໝົດ 36 ທ່ານ ຊື່ງມີກົມຄຸ້ມຄອງ ແລະພັດທະນາທີ່ດິນກະສິກໍາ, ກົມທີ່ດິນ , ພະແນກກະສິກໍາ ແລະ ປ່າໄມ້, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຫ້ອງການກະສິກໍາ ແລະ ປ່າໄມ້, ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຫ້ອງການພາຍໃນ, ຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ, ຫ້ອງການຖະແຫຼງຂ່າວ ແລະ ວັດທະນະທໍາ ແລະ ນາຍບ້ານໆຜານາງ.ກອງປະຊຸມຄັ້ງນີ້ ແມ່ນເພື່ອແນ່ໃສ່ການສະເໜີກອບແນວຄວາມຄິດຂອງວຽກງານການຂຶ້ນສໍາມະໂນທີ່ດິນກະສິກໍາ, ການອອກໃບຢັ້ງຢືນການນໍາໃຊ້ທີ່ດິນກະສິກໍາ ແລະ ການອອກໃບຕາດິນຖາວອນ, ແລກປ່ຽນບົດຮຽນທາງດ້ານວິຊາການຂອງສອງຂະແໜງການ.ພາຍໃນກອງປະຊຸມ ທ່ານ ບັນດິດ ຣາມາງກຸນ ຮອງຫົວໜ້າກົມ​ຄຸ້ມ​ຄອງ ​ແລະ ພັດທະນາ​ທີ່​ດິນ​ກະສິກໍາ ຍັງໄດ້ນໍາສະເໜີກ່ຽວກັບສະພາບລວມ, ພາລະບົດບາດ ແລະ ຂົງເຂດຄວາມຮັບຜິດຊອບວຽກງານຂອງແຕ່ລະຂະແໜງການ, ຫຼັງຈາກນັ້ນ ທ່ານ ກອງແກ້ວ ພະຈອມພົນຫົວໜ້າພະແນກຄຸ້ມຄອງທີ່ດິນກະສິກໍາ ຍັງໄດ້ກ່າວ “ກ່ຽວກັບຄວາມເປັນມາຂອງວຽກງານຂຶ້ນສໍາມະໂນທີ່ດິນກະສິກໍາໂດຍສັງເຂບ” ແລະໄດ້ເປີດກວ້າງໃຫ້ມີການແລກປ່ຽນສົນທານາຖອດຖອນບົດຮຽນ, ໃນນັ້ນໄດ້ຍົກເອົາບາງບັນຫາມາແລກປ່ຽນສົນທະນາກັນເຊັ່ນ: ການບັນຈຸບຸກຄະລາກອນເຂົ້າໃສ່ແຕ່ລະໜ້າວຽກຕ້ອງໃຫ້ມີທຸກຂະແໜງການທີ່ກ່ຽວຂ້ອງເພື່ອໃຫ້ຮູ້ວຽກນໍາກັນ ເຊັ່ນ: ການສໍາພາດ ແລະ ສືບສວນສິດ, ວຽກງານການສໍາຫຼວດວັດແທກຕອນດິນ, ວຽກສັງລວມຂໍ້ມູນ, ວຽກແຕ້ມແຜນທີ່ຕອນດິນ ແລະ ພິມໃບຕາດິນ.  ນອກນັ້ນຍັງໄດ້ເວົ້າເຖິງຂອດການປະສານງານ, ການແຕ່ງຕັ້ງຄະນະຊີ້ນໍາວຽກງານດັ່ງກ່າວເພື່ອເຮັດວຽກສາມາດດໍາເນີນໄປໄດ້ຕາມແຜນ ແລະ ມີປະສິດທິພາບ.ໃນຕອນທ້າຍຂອງກອງປະຊຸມ ທ່ານ ບົວພັນ ແສງຈັນ ເຈົ້າເມືອງໆມະຫາໄຊ ໄດ້ເນັ້ນຕື່ມບາງບັນຫາຕໍ່ກັບການການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າຄື: ໃຫ້ທິມງານທິ່ຖືກແຕ່ງຕັ້ງເອົາໃຈໃສ່ໃນການລົງເຮັດວຽກ, ຕ້ອງມີຄວາມສາມະຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອໃຫ້ວຽກງານສໍາເລັດຕາມແຜນທີ່ກໍານົດໄວ້ ພ້ອມກັນນັ້ນກໍຕ້ອງໄດ້ລາຍງານໃຫ້ຄະນະຊີ້ນໍາໄດ້ຮັບຮູ້ໃນເວລາເກີດມີບັນຫາ ເພື່ອໃຫ້ສາມາດແກ້ໄຂໄດ້ຢ່າງທັນການ, ພາຍຫຼັງທີ່ສໍາເລັດວຽກງານດັ່ງກ່າວແລ້ວ ສອງຂະແໜງການຕ້ອງໄດ້ມີການປະຊຸມຖອດຖອນບົດຮຽນນໍາກັນຕື່ມອີກ.