ໜ້າທີ່ ຂອງສູນສໍາຫຼວດ ແລະ ວາງແຜນນໍາໃຊ້ທີ່ດິນກະສິກໍາ
- ຝຶກອົບຮົມວິຊາການ ຕາມຂະແໜງວິຊາສະເພາະຂອງຕົນ ໃຫ້ພະນັກງານ ຂັ້ນແຂວງ, ຂັ້ນເມືອງ ເພື່ອສ້າງຄວາມເຂັ້ມແຂງ ແລະ ຄວາມເປັນເຈົ້າການໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ ດ້ວຍຄວາມຮັບຜິດຊອບເປັນຢ່າງດີ;
- ປະສານສົມທົບກັບການຈັດຕັ້ງທີ່ກ່ຽວຂ້ອງ, ອໍານາດການປົກຄອງທ້ອງຖິ່ນແຕ່ລະຂັ້ນ ເພື່ອດໍາເນີນ ການສໍາຫຼວດ, ຈັດສັນ ແລະ ວາງແຜນນໍາໃຊ້ທີ່ດິນກະສິກໍາ, ສ້າງບັນດາແຜນທີ່ ຊະນິດຕ່າງໆ ທີ່ກ່ຽວ ຂ້ອງໃຫ້ແທດເໝາະກັບເງື່ອນໄຂຕົວຈິງໃນແຕ່ລະລະດັບ;
- ຈັດຝຶກອົບຮົມດ້ານວິຊາການ ດ້ານການວາງແຜນນໍາໃຊ້ທີ່ດິນ ແລະ ນໍາໃຊ້ເຄື່ອງມື ຈີໄອເອສ໌ ແລະ ຈີພີເອສ໌, ສະໜອງ ແລະ ບໍລິການຂໍ້ມູນທາງດ້ານວິຊາສະເພາະຂອງຕົນ ໃຫ້ແກ່ການຈັດຕັ້ງ, ບຸກຄົນ ແລະ ນິຕິບຸກຄົນ ເພື່ອນໍາໃຊ້ເຂົ້າໃນການວາງແຜນ, ການພັດທະນາ ແລະ ປົກປັກຮັກສາທີ່ດິນກະສິກໍາ ໃຫ້ມີປະສິດທິຜົນ;
- ຈັດຕັ້ງປະຕິບັດ ການວິໄຈຄຸນສົມບັດທາງຟິຊິກ ແລະ ເຄມີຂອງດິນ, ວິໄຈພືດ, ຝຸ່ນ ແລະ ຈຸນລິນຊີ ເພື່ອຕີລາຄາຄຸນນະພາບ ແລະ ເປັນຂໍ້ມູນອ້າງອີງ ໃນການວາງແຜນ ແລະ ນໍາໃຊ້ທີດິນກະສິກໍາ ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ;
- ປະຕິບັດໜ້າທີ່ອື່ນ ຕາມການຕົກລົງ ແລະ ມອບໝາຍຂອງຂັ້ນເທິງ.
[pdf id=1213]