ໜ້າທີ່ ຂອງສູນພັດທະນາທີ່ດິນ ແລະ ຄຸ້ມຄອງການນຳໃຊ້ຝຸ່ນ
- ສຶກສາ, ຄົ້ນຄວ້າ, ທົດລອງ, ທົດສອບ ແລະ ສາທິດ ເພື່ອຊອກຫາຮູບແບບ ເຕັກນິກວິທະຍາສາດ ແລະ ເຕັກໂນໂລຊີ ເຂົ້າໃນການຈັດການ, ປັບປຸງບູລະນະ, ອະນຸລັກ ແລະ ພັດທະນາທີ່ດິນ ແນໃສ່ຫຼຸດຜ່ອນການເຊື່ອມໂຊມຂອງທີ່ດິນ ແລະ ພັດທະນາການຜະລິດກະສິກຳ ຕາມທິດຍືນຍົງ;
- ສຶກສາ, ຄົ້ນຄວ້າສູດຝຸ່ນ, ທົດລອງ, ທົດສອບ, ສາທິດ ບັນດາເຕັກນິກວິທະຍາສາດ ແລະ ເຕັກໂນໂລຊີທີ່ສາມາດນຳໃຊ້ ໃຫ້ຖືກຕາມຄຸນນະພາບຂອງດິນໃນພື້ນທີ່ດິນກະສິກຳ ເພື່ອແກ້ໄຂບັນຫາຂອງດິນ ແລະ ຍົກຜະລິດຕະພາບຂອງພືດ;
- ຈັດຕັ້ງການຝຶກອົບຮົມພະນັກງານ ໃນຂະແໜງ ແລະ ໜ່ວຍງານສາຍຕັ້ງ ພ້ອມທັງສ້າງເຄື່ອຂ່າຍ ແລະ ວິຊາການດິນຂັ້ນບ້ານ, ໝໍດິນ ເພື່ອແນໃສ່ສ້າງຄວາມເຂັ້ມແຂງທາງດ້ານວິຊາການພັດທະນາທີ່ດິນ ແລະ ຄຸ້ມຄອງນໍາໃຊ້ຝຸ່ນ ໃນຕໍ່ໜ້າ;
- ເຜີຍແຜ່ ບັນດາເຕັກນິກ ແລະ ຜົນການຄົ້ນຄວ້າ ດ້ວຍການສ້າງຄູ່ມື, ປົດສະເຕີ, ແຜ່ນພັບ, ວາລະສານກ່ຽວກັບວິຊາການພັດທະນາທີ່ດິນ ແລະ ນໍາໃຊ້ຝຸ່ນ ອອກລາຍການ, ເວບໄຊ, ໜັງສືພິມ, ວິທະຍຸ ແລະ ໂທລະພາບ;
- ຄຸ້ມຄອງ, ຕິດຕາມ, ກວດກາ, ທົດສອບ ແລະ ເກັບຕົວຢ່າງຝຸ່ນ ເພື່ອວິໄຈຄຸນນະພາບໃຫ້ມີຂໍ້ມູນອ້າງອີງຢັ້ງຢືນຄຸນນະພາບ ແລະ ອະນຸຍາດການຜະລິດ ຢູ່ພາຍໃນ, ການນຳເຂົ້າ ແລະ ສົ່ງອອກຝຸ່ນ ລວມທັງວັດຖຸດິບທີ່ສາມາດຜະລິດຝຸ່ນ, ກຳນົດອັດຕາ ແລະ ໃຫ້ຄຳແນະນຳໃນການນຳໃຊ້ຝຸ່ນ ແນໃສ່ຜະລິດ ຕະພາບຂອງພືດ;
- ທົດສອບປະສິດທິພາບຂອງບັນດາຝຸ່ນທີ່ຜະລິດຢູ່ພາຍໃນ ຕໍ່ກັບດິນ ແລະ ພືດ ເພື່ອສະໜອງຂໍ້ມູນ ໃຫ້ບໍລິສັດ ແລະ ຜູ້ປະກອບການຜະລິດຝຸ່ນນຳໃຊ້ເຂົ້າໃນການຂຶ້ນທະບຽນທຸລະກິດ;
- ປະຕິບັດໜ້າທີ່ອື່ນ ຕາມການຕົກລົງ ແລະ ມອບໝາຍຂອງຂັ້ນເທິງ.
