ໜ້າທີ່ ຂອງສູນວິໄຈດິນ, ຝຸ່ນ ແລະ ພືດ
- ຄົ້ນຄວ້າ, ວິໄຈ ຄຸນສົມບັດທາງດ້ານ ເຄມີ, ຟີຊິກ ແລະ ຊີວະວິທະຍາ ຂອງດິນ, ວິໄຈຝຸ່ນ, ນໍ້າ ແລະ ພືດ, ສານພິດຕົກຄ້າງ ແລະ ທາດໂລຫະໜັກທີ່ເປັນພິດ ທີ່ໄດ້ຮັບຜົນກະທົບຈາກການນຳໃຊ້ເຄມີ, ຢາຂ້າຫຍ້າ, ຢາຂ້າແມງໄມ້, ຢາຂ້າເຊື້ອລາ, ຈາກການຂຸດຄົ້ນແຮ່ທາດ ແລະ ອື່ນໆ;
- ບໍລິການເກັບຕົວຢ່າງ ແລະ ວິໄຈ ດິນ, ນໍ້າ, ພືດ ແລະ ຝຸ່ນ ໃຫ້ພາກລັດ, ບຸກຄົນ, ນິຕິບຸກຄົນ, ຜູ້ປະ ກອບການ, ສະຖາບັນການສຶກສາ, ຊາວກະສິກອນ ລວມທັງໃຫ້ຄຳແນະນຳການນໍາໃຊ້ຂໍ້ມູນການວິໄຈ;
- ເປັນສູນກາງໃຫ້ແກ່ ເຄືອຂ່າຍຫ້ອງວິໄຈໃນ ສປປ ລາວ ພ້ອມທັງເປັນໃຈກາງນຳພາສ້າງ, ປັບປຸງ ຫ້ອງວິໄຈລະດັບພາກໃນຂອບເຂດທົ່ວປະເທດ. ຄວບຄຸມຄຸນນະພາບການວິໄຈ ດິນ, ນໍ້າ, ພືດ ແລະ ຝຸ່ນ ສຳລັບກະສິກຳ ໃຫ້ໄດ້ມາດຕະຖານສາກົນ;
- ຝຶກອົບຮົມການວິໄຈດິນ, ນ້ຳ, ພືດ ແລະ ຝຸ່ນໃຫ້ວິຊາການຫ້ອງວິໄຈລະດັບພາກ, ວິທະຍາໄລ, ມະຫາວິທະຍາໄລ, ຫ້ອງວິໄຈເອກະຊົນ ແລະ ພາກສ່ວນອື່ນໆ ທີ່ມີຄວາມສົນໃຈ ໃນຂອບເຂດທົ່ວປະເທດ;
- ຕິດຕາມກວດກາ ແລະ ປະເມີນຄຸນນະພາບ ຂອງຫ້ອງວິໄຈ ລະດັບພາກ, ວິທະຍາໄລ, ມະຫາວິທະຍາໄລ, ຫ້ອງວິໄຈເອກະຊົນ;
- ປະຕິບັດໜ້າທີ່ອື່ນ ຕາມການຕົກລົງ ແລະ ມອບໝາຍຂອງຂັ້ນເທິງ.