ໜ້າທີ່ ຂອງພະແນກບໍລິຫານ ແລະ ຈັດຕັ້ງ
- ເປັນໃຈກາງໃນການສັງລວມ, ຄຸ້ມຄອງ ແລະ ປົກປັກຮັກສາ ການເງິນ, ຊັບສົມບັດ, ພາຫະນະ ແລະ ວັດຖຸອຸປະກອນຕ່າງໆ ຂອງກົມ, ການຂຶ້ນບັນຊີ, ຕິດຕາມການນຳໃຊ້, ຄຸ້ມຄອງແຜນການກໍ່ສ້າງ ແລະ ສ້ອມແປງໃຫ້ຖືກຕ້ອງ ຕາມລະບຽບການທີ່ກຳນົດໄວ້;
- ສັງລວມ, ຄຸ້ມຄອງພະນັກງານ-ລັດຖະກອນ, ອາສາສະໝັກ ແລະ ຊ່ຽວຊານ ທີ່ຂຶ້ນກັບກົມ ດ້ວຍການຂຶ້ນບັນຊີ, ເກັບກຳຊີວະປະຫວັດ, ການເຄື່ອນໄຫວ ແລະ ຄວາມຕ້ອງການພະນັກງານ ເພື່ອນຳສະເໜີຂັ້ນເທິງບັນຈຸເຂົ້າໃສ່ພາກສ່ວນທີ່ຂາດເຂີນ ລວມທັງການສ້າງແຜນກໍ່ສ້າງພະນັກງານວິຊາການ ໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ເພື່ອແນໃສ່ຍົກປະສິດທິພາບການຈັດຕັ້ງປະຕິບັດວຽກງານ ແລະ ສະໜອງພະນັກງານ ໃຫ້ພຽງພໍກັບຄວາມຮຽກຮ້ອງຕ້ອງການ;
- ຄົ້ນຄວ້າ ແລະ ນຳສະເໜີ ກ່ຽວກັບການເລື່ອນຊັ້ນ-ຂັ້ນເງິນເດືອນ, ສັບຊ້ອນ, ຈັດວາງຕຳແໜ່ງງານ, ນະໂຍບາຍຍ້ອງຍໍ ແລະ ສະຫວັດດີການສັງຄົມ ຕະຫຼອດຮອດການປະຕິບັດວິໄນຕ່າງໆ ຕໍ່ພະນັກງານ ຂອງຕົນ;
- ເປັນໃຈກາງປະຕິບັດວຽກງານສົ່ງເສີມບົດບາດຍິງ-ຊາຍ ແລະ ພັດທະນາຄວາມກ້າວໜ້າຂອງແມ່ຍິງ ແລະ ວຽກແມ່-ເດັກ ພາຍໃນກົມ;
- ຄຸ້ມຄອງເອກະສານຂາເຂົ້າ-ຂາອອກ ແລະ ເກັບຮັກສາເອກະສານທາງລັດຖະການຂອງກົມ ລວມທັງວຽກບໍລິຫານ ແລະ ພິທີການຂອງກົມ;
- ປະຕິບັດໜ້າທີ່ອື່ນ ຕາມການຕົກລົງ ແລະ ມອບໝາຍຂອງຂັ້ນເທິງ.