ໜ້າທີ່ ຂອງພະແນກຄຸ້ມຄອງທີ່ດິນກະສິກໍາ

  1. ຕິດຕາມ ແລະ ເກັບກຳຂໍ້ມູນ ການນໍາໃຊ້ທີ່ດິນກະສິກໍາປະເພດຕ່າງໆ ໃນຂອບເຂດທົ່ວປະເທດ ໂດຍການສ້າງຖານຂໍ້ມູນ, ສະຖິຕິ ແລະ ອອກໃບຢັ້ງຢືນການນຳໃຊ້ທີ່ດິນກະສິກຳ  ລວມທັງການພັດທະນາທີ່ດິນກະສິກຳ ເພື່ອສະເໜີອອກໃບຕາດິນ ນໍາພາກສ່ວນທີ່ກ່ຽວຂ້ອງ;
  2. ດຳເນີນການຕິດຕາມ, ກວດກາ ແລະ ປະເມີນຜົນການນຳໃຊ້, ການເຊົ່າ, ສໍາປະທານ ແລະ ການຫັນປ່ຽນການນຳໃຊ້ທີ່ດິນກະສິກຳຢ່າງເປັນລະບົບຕໍ່ເນື່ອງ ແນໃສ່ຄຸ້ມຄອງທີ່ດິນກະສິກຳແບບຍືນຍົງ;
  3. ຝຶກ​ອົບຮົມທາງດ້ານ​ວິຊາ​ການ​ດ້ານການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ​ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ ​ໃຫ້​ພະນັກງານ​ຂັ້ນ​ແຂວງ, ຂັ້ນເມືອງ​;
  4. ຄົ້ນຄວ້າ, ນຳສະເໜີ, ສ້າງນິຕິກໍາ ແລະ ລະບຽບການຕ່າງໆ ກ່ຽວກັບການນຳໃຊ້, ການປົກປັກຮັກສາ ທີ່ດິນກະສິກໍາ ບໍ່ໃຫ້ຫັນປ່ຽນເປັນດິນປະເພດອື່ນ ພ້ອມທັງໂຄສະນາ, ເຜີຍແຜ່ ຢ່າງທົ່ວເຖິງ;
  5. ປະຕິບັດໜ້າທີ່ອື່ນ ຕາມການຕົກລົງ ແລະ ມອບໝາຍຂອງຂັ້ນ​ເທິງ.