ກ່ອນປີ 1975:
ວຽກງານສຳຫຼວດ, ສຶກສາ, ຄົ້ນຄ້ວາກ່ຽວກັບດິນ ເພື່ອການຜະລິດກະສິກຳໄດ້ມີການເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດຕາມເປົ້າໝາຍ ແລະ ຈຸດປະສົ່ງຕາມແຕ່ລະໂຄງການເຊັ່ນ: ໂຄງການຄົ້ນຄ້ວາດິນເຂດທົ່ງຮາບວຽງຈັນ ຂອງລັດຖະບານຝຣັ່ງ ໂຄງການພັດທະນາກະສິກຳຂອງຢີ່ປຸ່ນ ເຂດເມືອງຫາດຊາຍຟອງ ປີ 1964-1968. ໂຄງການ Colombo Plan ປະເທດອັງກິດ (1970-1972), ໂຄງການພັດທະນາການກະເສດຂອງອາເມລິກາ(ຢູເສດປີ 1965-1974) ເຫຼົ່ານີ້ເປັນຕົ້ນ.
- 15 ມີນາ 1972 ສ້າງຕັ້ງ ສຸນວິໄຈດິນ ແລະ ຢາປາບສັດຕູພືດ ທີ່ສະຖານີຄົ້ນຄວ້າສາລະຄຳ.
- ປີ 1974 ສ້າງຕັ້ງ ສູນວິໃຈດີນ ແລະ ໂຮງຮຽນກະສິກໍາທີ່ດົງໂດກ École Royal Agro-Sylvo Patoral ຫຼື ERASP (ເຊີ່ງຕໍ່ມາໄດ້ຍ້າຍໄປຕັ້ງຢູ່ນາບົງໃນປີ 1978 ແລະ ປ່ຽນມາເປັນມະຫາໄລກະເສດໃນປະຈຸບັນ).
ຫຼັງປີ 1975:
- 1975-1980 ສູນວິໃຈດີນດົງໂດກ ໄດ້ສຸມໃສ່ວຽກງານສຳຫຼວດ, ຈັດສັນ, ດິນກະສິກຳໄດ້ມີການຈັດຕັ້ງ ແລະ ເຄື່ອນໄຫວຢ່າງເປັນຮູບປະທຳຂື້ນ ຂື້ນນຳກົມຄຸ້ມຄອງດິນນາ ແລະ ປູກຝັງ.
- 1980-1982 ໄດ້ປ່ຽນຊື່ເປັນພະແນກຄຸ້ມຄອງ ແລະ ປັບປຸງດິນ, ຂື້ນນຳກົມຄຸ້ມຄອງດິນນາ ແລະ ປູກຝັງ.
- 1982-1991 ໄດ້ສ້າງຕັ້ງເປັນສູນຄົ້ນຄ້ວາ ແລະ ວິໃຈດິນ ຂື້ນກັບ ກົມປູກຝັງ.
- 1991-1999 ໄດ້ປ່ຽນເປັນສູນສຳຫຼວດ ແລະ ແບ່ງເຂດດິນກະສິກຳ ຂື້ນກັບ ກົມປູກຝັງ.
- 2008 ໄດ້ສ້າງຕັ້ງສູນກະສິກໍານິເວດເຊີ່ງເຮັດວຽກໃນການພັດທະນາທີ່ດີນ ພາຍໄຕ້ທືນຊ່ວຍເຫຼືອຈາກທະນາຄານໂລກ. ພ້ອມນີ້ຍັງໄດ້ຮັບການຊ່ວຍເຫຼືອທາງດ້າານເຕັກນິກຈາກ CIRAD ຜ່ານ ອົງການຝຣັ່ງເສດເພື່ອການພັດທະນາ. ເຊີ່ງເປັນອີກສູນໜື່ງທີ່ຂື້ນກັບ ສະຖາບັນຄົ້ນຄ້ວາກະສິກໍາ ແລະ ປ່າໄມ້.
- 2012 ຮອດປະຈຸບັນ ໄດ້ສ້າງຕັ້ງ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ໂດຍການລວມເອົາສອງສູນຂ້າງເທີງ, ໃນວັນທີ 19 ກັນຍາ 2012.
ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຂຽນເປັນຕົວອັກສອນຫຍໍ້ວ່າ “ຄພດກ” ແມ່ນກົງຈັກໜຶ່ງຂອງກະຊວງກະສິກຳ ແລະ ປ່າໄມ້, ມີພາລະບົດບາດເປັນເສນາທິການໃຫ້ແກ່ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໃນການຈັດຕັ້ງປະຕິບັດວຽກງານ ສຳຫຼວດ, ຈັດສັນ, ກຳນົດແບ່ງເຂດທີ່ດິນກະສິກຳ, ຄຸ້ມຄອງ, ນຳໃຊ້, ການປົກປັກຮັກສາ, ການບູລະນະ ແລະ ປັບປຸງດິນ, ການທົດລອງສາທິດ ແລະ ຖ່າຍທອດເຕັກໂນໂລຊີ, ປັບປຸງ ແລະ ນຳໃຊ້ທີ່ດິນກະສິກຳທີ່ເໝາະສົມ ເພື່ອແນໃສ່ການຄຸ້ມຄອງການນໍາໃຊ້ ແລະ ພັດທະນາທີ່ດິນກະສິກຳ ແລະ ຝຸ່ນ ໃຫ້ມີປະສິດທິຜົນ ແລະ ຍືນຍົງ.
ສິດ ແລະ ໜ້າທີ່ຂອງ ກົມ ຄພດກ:
- ປະຕິບັດ ລັດຖະທຳມະນູນ, ກົດໝາຍ ແລະ ມະຕິຂອງສະພາແຫ່ງຊາດ, ລັດຖະບັນຍັດຂອງປະທານປະເທດ, ດຳລັດ, ມະ ຕິຂອງລັດຖະບານ, ຂໍ້ຕົກລົງ, ຄຳສັ່ງ, ແຈ້ງການ, ຄຳແນະນຳ ຂອງຂັ້ນເທິງວາງອອກ;
- ຄົ້ນຄວ້າ, ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ແຜນຍຸດທະສາດຂອງຂະແໜງກະສິກໍາ ແລະ ປ່າໄມ້ ມາເປັນແຜນງານ ແລະ ໂຄງການສະເພາະຂອງຕົນ ພ້ອມທັງຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນ;
- ຄົ້ນຄວ້າ, ນຳສະເໜີ ແລະ ປັບປຸງກົງຈັກການຈັດຕັ້ງ ພ້ອມທັງກຳນົດຕຳແໜ່ງງານໃຫ້ຄົບຖ້ວນ, ສ້າງແຜນກຳນົດພະນັກງານນໍາພາ-ຄຸ້ມຄອງ ແລະ ແຜນການບໍາລຸງກໍ່ສ້າງພະນັກງານ-ລັດຖະກອນ ໃນແຕ່ລະໄລຍະ;
- ຄົ້ນຄວ້າ, ນໍາສະເໜີ ສ້າງ, ປັບປຸງນິຕິກໍາ ກ່ຽວກັບວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ພ້ອມທັງເຜີຍແຜ່ອອກສູ່ສັງຄົມຢ່າງກວ້າງຂວາງ;
- ສຶກສາ, ຄົ້ນຄວ້າ, ສຳຫຼວດ, ຈັດສັນ, ຈັດປະເພດ ແລະ ວິໄຈ ເພື່ອປະເມີນຄຸນນະພາບຂອງດິນ, ແບ່ງເຂດການຜະລິດກະສິກຳ ແລະ ວາງແຜນນຳໃຊ້ທີ່ດິນກະສິກຳ ຕາມທິດຍືນຍົງ;
- ໃຫ້ການບໍລິການວິໄຈດິນ, ຝຸ່ນ, ພືດ, ຈຸລິນຊີ ແລະ ບໍລິການ ການສຳຫຼວດ, ວາງແຜນນຳໃຊ້ທີ່ດິນກະສິກຳ ທີ່ມີປະສິດທິພາບ ແລະ ເປັນມິດຕໍ່ສິ່ງແວດລ້ອມ;
- ສ້າງຄວາມເຂັ້ມແຂງທາງດ້ານວິຊາການດິນ ໃຫ້ພະນັກງານ ຂັ້ນແຂວງ, ເມືອງ ແລະ ຂັ້ນບ້ານ ເປັນຕົ້ນແມ່ນໝໍດິນ;
- ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ດຳເນີນການເກັບກຳຂໍ້ມູນ, ຂຶ້ນສຳມະໂນ, ອອກໃບຢັ້ງຢືນການນຳໃຊ້ ແລະ ການພັດທະນາທີ່ດິນກະສິກຳ ເພື່ອເປັນຫຼັກຖານໃນການອອກໃບຕາດິນ;
- ຄົ້ນຄວ້າ ປະກອບຄຳເຫັນດ້ານວິຊາການ ໃນການອະນຸມັດໃຫ້ເຊົ່າ, ສຳປະທານ, ການຫັນປ່ຽນທີ່ດິນກະສິກຳໄປສູ່ເປົ້າໝາຍອື່ນ ເພື່ອເປັນເຄື່ອງມືໃນການຄຸ້ມຄອງທີ່ດິນກະສິກໍາ ຕາມທ່າແຮງ ແລະ ສະ ພາບເງື່ອນໄຂຕົວຈິງ ຂອງແຕ່ລະທ້ອງຖິ່ນ;
- ເກັບກຳ ແລະ ສ້າງຖານຂໍ້ມູນທີ່ດິນກະສິກຳ ເພື່ອຕິດຕາມ, ກວດກາ ແລະ ປະເມີນຜົນ ກ່ຽວກັບການຄຸ້ມຄອງການນຳໃຊ້ທີ່ດິນກະສິກຳ;
- ສຶກສາ, ຄົ້ນຄວ້າ, ທົດລອງ, ທົດສອບ, ສາທິດ ເພື່ອຊອກຫາຮູບແບບ ເຕັກນິກວິທະຍາສາດ ແລະ ເຕັກໂນໂລຊີໃນການນຳໃຊ້, ການປັບປຸງບູລະນະ, ການອະນຸລັກ ແລະ ພັດທະນາທີ່ດິນ ເພື່ອການຜະລິດກະສິກໍາ ຕາມທິດຍືນຍົງ;
- ຄຸ້ມຄອງ, ຕິດຕາມ, ວິໄຈ ແລະ ທົດສອບ ເພື່ອຢັ້ງຢືນຄຸນນະພາບຝຸ່ນທີ່ຜະລິດ, ການນຳເຂົ້າ-ສົ່ງອອກ ແລະ ຈຳໜ່າຍ ພາຍໃນປະເທດ ລວມທັງວັດຖຸດິບ ທີ່ນຳມາຜະລິດຝຸ່ນ, ກຳນົດອັດຕາ ແລະ ໃຫ້ຄຳແນະນຳໃນການນຳໃຊ້ຝຸ່ນ ເພື່ອຍົກຜະລິດຕະພາບ ໃຫ້ໄດ້ຮັບຜົນ;
- ພົວພັນ ແລະ ຮ່ວມມືກັບພາກສ່ວນກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຍາດແຍ່ງເອົາການຊ່ວຍເຫຼືອ ທາງດ້ານເຕັກນິກວິຊາການ ແລະ ທຶນຮອນ ເຂົ້າໃນການຈັດຕັ້ງປະຕິບັດບັນດາແຜນງານ, ແຜນການ ແລະ ໂຄງການ ໃນຂົງເຂດວຽກງານຂອງຕົນ;
- ສ້າງແຜນດຳເນີນງານ, ແຜນການ ແລະ ແຜນງົບປະມານປະຈຳປີ ພ້ອມທັງຄຸ້ມຄອງ, ຕິດຕາມ, ກວດ ກາ, ສະຫຼຸບ-ຕີລາຄາ, ປະເມີນຜົນການຈັດຕັ້ງປະຕິບັດ ແຜນງານ, ແຜນການ, ບັນດາໂຄງການ ແລະ ກິດຈະກຳຕ່າງໆ ລວມທັງການໃຊ້ຈ່າຍງົບປະມານທີ່ກົມຮັບຜິດຊອບ ຢ່າງເປັນລະບົບຕໍ່ເນື່ອງ;
- ປະກອບສ່ວນເຂົ້າໃນການພັດທະນາບັນດາວິທະຍາໄລ ແລະ ໂຮງຮຽນ ທີ່ຂຶ້ນກັບກະຊວງກະສິກຳ ແລະ ປ່າໄມ້ ພ້ອມທັງສະໜອງດ້ານເຕັກນິກ, ວິຊາການ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ໃຫ້ບັນດາສູນ, ສະຖານີ ຢູ່ຂັ້ນທ້ອງຖິ່ນ ໃຫ້ມີຄວາມເຂັ້ມແຂງ;
- ປະຕິບັດໜ້າທີ່ອື່ນ ຕາມການຕົກລົງ ແລະ ມອບໝາຍຂອງຂັ້ນເທິງ.